• ຄວາມລົ້ມເຫຼວໃນການເຈຣະຈາ ສັນຕິພາບໃນຕາເວັນອອກກາງ
    Apr 30 2026
    ການເຈຣະຈາ ລະຫວ່າງສະຫະຣັດອາເມຣິກາ ແລະ Iran ລົ້ມເຫລວ ຫລັງຈາກປະທານາທິບໍດີ Donald Trump ໄດ້ປະກາດໃນວັນອາທິດ ວ່າຈະຍົກເລີກການເດີນທາງ ຂອງອັກຄະທູດໄປ Pakistan. Iran ຍັງໄດ້ປະຕິເສດ ການເຈຣະຈາໂດຍກົງ ກັບສະຫະຣັດອາເມຣິກາ, ດ້ວຍຄວາມສົງສັຍ ໃນຄໍາຫມັ້ນສັນຍາຂອງເຂົາເຈົ້າ ໃນການແກ້ໄຂທາງການທູດ, ໃນຂນະທີ່ ເຂົາເຈົ້າຮຽກຮ້ອງ ໃຫ້ຢຸດການໂຈມຕີ ຂອງອິດສະຣາເອລໃນ Lebanon.
    Show More Show Less
    9 mins
  • ການດູແລເລື້ອງອາບນ້ຳຂອງຜູ້ສູງອາຍຸ.
    Apr 30 2026
    ຕອນນີ້ຣັດຖະບານ ໄດ້ຍົກເລີກນະໂຍບາຍເລື່ອງເງິນຊ່ອຍເຫຼືອ ສໍາລັບການອາບນ້ຳ ຫລັງຈາກມີການຮ້ອງຮຽນຈາກຜູ້ອາສັຍ (ໃນສະຖານທີ່ດູແລຜູ້ສູງອາຍຸ), ຄອບຄົວ ແລະຜູ້ສນັບສນູນ. ຣັດຖະບານກໍຈະເອົາເງຶນຊ່ອຍເຫຼືອດ້ານນີ້ກັບມາຄືນ ແຕ່ ຈະຕັດການຊ່ວຍເຫຼືອສໍາລັບປະກັນສຸຂະພາບສ່ວນຕົວ ສໍາລັບຜູ້ສູງອາຍຸອອສເຕຣເລັຍ.
    Show More Show Less
    9 mins
  • ການເຈຣະຈາກ່ຽວກັບ LEBANON.
    Apr 30 2026
    ການເຈຣະຈາສັນຕິພາບໃນ ເລບານອນ ກຳລັງດຳເນີນຕໍ່ໄປ ໃນຂນະທີ່ Hezbollah ໄດ້ເນັ້ນຫນັກ ເຖິງການຄັດຄ້ານຂອງຕົນ ຕໍ່ການເຈຣະຈາແບບຫນ້າຕໍ່ຫນ້າ ເມື່ອບໍ່ດົນມານີ້, ໂດຍຮຽກຮ້ອງ ໃຫ້ເລບານອນ ຖອນຕົວອອກຈາກການຕິດຕໍ່ໂດຍກົງ ກັບອິດສະຣາເອລ ໃນທຸກຮູບແບບ. ໃນຂນະດຽວກັນ, Trump ກ່າວວ່າ ການເຈຣະຈາລະດັບຜູ້ນໍາ ຈະມີຫລາຍຂຶ້ນໃນອາທິດຕໍ່ໄປ.
    Show More Show Less
    8 mins
  • ສະຖານະການເຈຣະຈາສັນຕິພາບໃນ Iran.
    Apr 30 2026
    ມີອຸບປະສັກຫຼາຍຢ່າງໃນການເຈຣະຈາສັນຕິພາບໃນ Iran. ບໍ່ວ່າຈະເປັນປັນຫາຊ່ອງແຄບ Hormuz, ປັນຫາ Nuclear, ສົງຄາມລະຫວ່າງ Israel ແລະ Lebanon ຫຼື ການປິດກັ້ນທ່າເຮືອ ຂອງ Iran ໂດຍອາເມຣິກາ.
    Show More Show Less
    8 mins
  • ການຣົນນະຣົງການສັກວັກຊີນ RSV
    Apr 23 2026
    ການລົງທຶນຂອງຣັຖບານກາງ ມູນຄ່າ 445 ລ້ານໂດລານັ້ນ ຫມາຍຄວາມວ່າ ຊາວອອສເຕຣເລັຍ ທີ່ມີອາຍຸ 75 ປີຂຶ້ນໄປ-ແລະຊາວ Aboriginal ແລະ Torres Strait Islander ທີ່ມີອາຍຸ 60 ປີຂຶ້ນໄປ-ຈະສາມາດເຂົ້າເຖິງ ການສັກວັກຊີນຟຣີ ຈາກກາງເດືອນພຶດສະພາ, ຊຶ່ງຈະຊ່ອຍທ້ອນເງິນໄດ້ເຖິງ 300 ໂດລາ ຕໍ່ການສັກວັກຊີນ. ຣັດຖະບານກາງ ໄດ້ປະກາດການສັກວັກຊີນ RSV ຟຣີ ສໍາລັບຜູ້ສູງອາຍຸຊາວອອສເຕຣເລັຍ, ໃນການຊຸກຍູ້ ທີ່ຈະປົກປ້ອງຜູ້ຄົນ ທີ່ມີຄວາມສ່ຽງຫລາຍທີ່ສຸດ ຈາກໄວຣັສທາງເດີນຫາຍໃຈ ທີ່ອາດເຖິງຕາຍໄດ້.
    Show More Show Less
    10 mins
  • ການຢຸດຍິງໃນLebanon ເປັນເວລາ 10 ມື້.
    Apr 23 2026
    ອິດສະຣາເອລ ໄດ້ຕົກລົງຢຸດຍິງ ເປັນເວລາ 10 ມື້ ກັບຣັດຖະບານLebanon ຫລັງຈາກການເຈຣະຈາໃນ Washington ເມື່ອບໍ່ດົນມານີ້. ເຖິງແມ່ນວ່າ Hezbollah ບໍ່ໄດ້ມີສ່ວນຮ່ວມໂດຍກົງ ໃນການເຈຣະຈາ ແຕ່ເບິ່ງຄືວ່າ ເຕັມໃຈ ທີ່ຈະສນັບສນູນ ການສງົບເສິກຊົ່ວຄາວ. ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາກ່າວວ່າ ການເຈຣະຈາ ລະດັບຜູ້ນໍາ ຄາດວ່າຈະຕາມມາ ໃນສອງສາມມື້ຂ້າງໜ້າ.
    Show More Show Less
    8 mins
  • Think before you pack: Australia’s customs and biosecurity rules explained - ຄິດກ່ອນເກັບກະເປົາເດີນທາງ: ອະທິບາຍກົດຄວາມປອດພັຍ ທາງຊີວະພາບຂອງອອສເຕຣເລັຍ.
    Apr 23 2026
    Customs is generally the first point of contact for people entering Australia. Our Border Force Officers are there waiting. They ensure that we don’t bring in prohibited goods that could threaten Australia’s unique environment, economy and communities. Before you zip up your suitcase, here’s what you need to know about what can—and can’t—cross the border, and what’s at stake if biosecurity rules are ignored. - ໂດຍທົ່ວໄປແລ້ວ ສຸນລະກາກອນ (Customs) ເປັນຈຸດຕິດຕໍ່ທໍາອິດ ສໍາລັບຜູ້ທີ່ເດີນທາງເຂົ້າມາໃນອອສເຕຣເລັຍ. ເຈົ້າຫນ້າທີ່ Border Forceຂອງພວກເຮົ າກໍາລັງລໍຖ້າຢູ່ທີ່ນັ້ນ. ເຂົາເຈົ້າໃຫ້ແນ່ໃຈວ່າ ເຮົາຈະບໍ່ນໍາສິ່ງຂອງຕ້ອງຫ້າມເຂົ້າມາ ຊຶ່ງອາດເປັນພັຍຕໍ່ສະພາບແວດລ້ອມ, ເສດຖະກິດ ແລະຊຸມຊົນທີ່ພິເສດຂອງອອສເຕຣເລັຍ. ກ່ອນທ່ານຈະເກັບກະເປົ໋າເດີນທາງຂອງທ່ານ, ນີ້ຄືສິ່ງທີ່ທ່ານຕ້ອງຮູ້ ກ່ຽວກັບສິ່ງທີ່ສາມາດ-ແລະບໍ່ສາມາດ-ນຳຂ້າມເຂດແດນ, ແລະສິ່ງທີ່ຈະສ່ຽງ ຖ້າຫາກກົດລະບຽບຄວາມປອດພັຍ ທາງຊີວະພາບບໍ່ຖືກເອົາໃຈໃສ່.
    Show More Show Less
    12 mins
  • ການກວດສອບສື່ສານມວນຊົນ.
    Apr 23 2026
    ຄນະກັມມະການຄວາມປອດພັຍ ທາງອິນເຕີເນັດ (the e-Safety Commission) ກໍາລັງກວດສອບ ຖານອິນເຕີເນັດ ທີ່ໃຫຍ່ທີ່ສຸດບາງແຫ່ງ ໃນຄວາມສົງສັຍວ່າ ບໍ່ປະຕິບັດຕາມມາດຕະການ ທໍາອິດຂອງໂລກ, ໂດຍມີເປົ້າຫມາຍ ທີ່ Instagram ແລະ Facebook ຂອງ Meta, ແລະ YouTube, Snapchat ແລະ TikTok ຂອງ Google. ຜູ້ຊ່ຽວຊານ ຂອງອອສເຕຣເລັຍກ່າວວ່າ ຄວາມກົດດັນທົ່ວໂລກ ທີ່ເພີ່ມຂຶ້ນ ຕໍ່ບໍຣິສັດສື່ສານມວນຊົນ ສາມາດພິສູດວ່າເປັນວິທີ ທີ່ມີປະສິດທິພາບຫລາຍທີ່ສຸດ ໃນການປ່ຽນແປງ.
    Show More Show Less
    7 mins